-
ປະໂຫຍດຂອງຜັກກາດນ້ຳກັບບັນຫາຂອງທ່ານຊາຍ
ໂດຍ:
27 ທັນວາ 2017 (04.27 ນ.)
Read : 1,185
ບັນຫາການມີລູກຍາກຂອງຄູ່ຮັກເກີດຈາກຫຼາຍສາເຫດ, ສ່ວນໜຶ່ງອາດມາຈາກອະສຸຈິບໍ່ແຂງແຮງ ຫຼື ມີປະລິມານໜ້ອຍຈຶ່ງເຮັດໃຫ້ໂອກາດໃນການມີລູກຂອງທ່ານຍິງຫຼຸດລົງ.
ເຖິງຢ່າງໃດກໍຕາມບັນຫາດັ່ງກ່າວສາມາດແກ້ໄຂໄດ້ດ້ວຍວິທີທາງທຳມະຊາດ. ຈາກຜົນການວິໄຈພົບວ່າ: ການກິນຜັກກາດນ້ຳຈະສາມາດເພີ່ມປະລິມານອະສຸຈິໃຫ້ຫຼາຍຂຶ້ນ, ຈາກຜົນການຄົ້ນຄວ້າຂອງນັກວິໄຈຈາກມະຫາວິທະຍາໄລໂຄລົມເບຍໃນສະຫະລັດອາເມລິກາໃຫ້ຮູ້ວ່າ: ຜູ້ຊາຍທີ່ມີຄວາມຕຶງຄຽດຈະສົ່ງຜົນຕໍ່ການຜະລິດອະສຸຈິເຮັດໃຫ້ຄວາມເຂັ້ມຂຸ້ນ ແລະ ປະລິມານຂອງອະສຸຈິທີ່ມີຄຸນນະພາບຫຼຸດລົງ. ພ້ອມດຽວກັນນັ້ນຜັກກາດນ້ຳຖືໄດ້ວ່າເປັນສຸດຍອດອາຫານທີ່ມີປະໂຫຍດຕໍ່ສຸຂະພາບທີ່ຊ່ວຍໃຫ້ຮ່າງກາຍຮັບມືກັບຄວາມຕຶງຄຽດໄດ້.
ນອກຈາກນີ້, ຜັກກາດນ້ຳຍັງອຸດົມໄປດ້ວຍວິຕາມິນຊີ ແລະ ວິຕາມິນອີເຊິ່ງມີສ່ວນໃນການເພີ່ມຄຸນນະພາບ ແລະ ປະລິມານອະສຸຈິໃຫ້ຫຼາຍຂຶ້ນ. ສະນັ້ນ ນັກວິທະຍາສາດຈຶ່ງແນະນຳໃຫ້ທ່ານຊາຍຄວນກິນຜັກກາດນ້ຳໃຫ້ຫຼາຍຂຶ້ນເພື່ອຜົນສຳເລັດໃນການສ້າງພະຍານຮັກຂອງຊີວິດຄູ່.
ທີ່ມາ: