-
ສຸດຍອດ !!! ແພັດ ເພັດດາວອນ ຄວ້າເງິນ 1 ລ້ານບາດ ມາສ້າງເຮືອນໃຫ້ແມ່ໄດ້ແລ້ວ.
ໂດຍ:
25 ເມສາ 2018 (04.33 ນ.)
Read : 1,858
ຫຼາຍຄົນລໍຖ້າຕິດຕາມຊົມ ແລະເຊຍ ສາວລາວຄົນເກັ່ງ ສາວແພັດ ທີ່ໄປແຂ່ງຂັນເພຶ່ອຊິງເງິນລ້ານບາດໃນລາຍການ ເສິກຊິງເວທີ ທາງຊ່ອງ 1 ຂອງໄທ ທີ່ມື້ນີ້ຄູ່ທ້າຊິງຂອງແພັດເປັນເຖິງເຈົ້າຂອງຄະນະລິເກ ອາຍຸ 20 ປີ ເຊິ່ງມາໃນເພງທີ່ໃຊ້ນຳ້ສຽງແບບລູກທົ່ງໄທແທ້ ເຮັດໃຫ້ ແພັດ ໜັກໃຈສຸດໆ ແຕ່ນາງກໍບໍ່ຍອມແພ້ ງັດໄມ້ເດັດອອກມາໃຊ້ໂດຍໃຊ້ເພງ "ຄຳວ່າຮັກກັນມັນເຮ່ຍຖິ້ມໃສ" ອອກມາກຳຈັດຄູ່ແຂ່ງ ກ່ອນຮ້ອງນາງໄດ້ກຳລັງໃຈທີ່ດີຈາກແມ່ທີ່ສົ່ງຄຣິບມາຫາ ເຮັດໃຫ້ນາງນຳ້ຕາໄຫຼໄດ້ກຳລັງໃຈທີ່ດີຈາກແມ່ຈົນເຮັດໃຫ້ແພັດຮ້ອງເພງມ່ວນ ແລະເຕັມທີ່ໃນການຮ້ອງທີ່ສຸດ ຈົນສາມາດຄວ້າຕຳແໜ່ງແຊ້ມ 21 ສະໄໝໄດ້ ແລະໄດ້ເງິນລາງວັນໄປຈຳນວນ 1 ລ້ານບາດກັບມາສ້າງບ້ານໃຫ້ແມ່ໄດ້ຢ່າງທີ່ຕັ້ງໃຈ.
ທີ່ມາ: