• ການປະກວດ MISS UNIVERSE LAO 2018 ຮອບຄັດເລືອກກໍາລັງຈະເລີ່ມຂຶ້ນ

ໂດຍ: ສີເປື້ອນມື 04 ກໍລະກົດ 2018 (13.53 ນ.) Read : 2,918

ໃນວັນທີ 03 ກໍລະກົດ 2018 ຢູ່ທີ່ໂຮງແຮມ ແລນມາກ ແມ່ຂອງຣີເວີໄຊ ໄດ້ມີການຈັດງານຖະແຫຼງຂ່າວ ການປະກວດ MISS UNIVERSE LAO 2018 ຢ່າງເປັນທາງການ. ໃຫ້ກຽດເປັນປະທານເຂົ້າຮ່ວມງານໄດ້ແກ່: ທ່ານ ສຸລິຍາ ແກ້ວພິລາວົງ ຫົວໜ້າກົມຂະບວນການຊາວໜຸ່ມ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງປະເທດລາວ, ທ່ານ ນາງ ອາເລັກຊານດຣ້າ ບຸນຊ່ວຍ ຮອງຜູ້ອໍານວຍການ ສະຖານີໂທລະພາບ ທີວີລາວ ພ້ອມທັງເປັນປະທານໂຄງການປະກວດ MISS UNIVERSE LAO 2018, ທ່ານ ພອນໄຊໂຍ ຈັນທະເສນ ບັນນາທິການ ສະຖານີໂທລະພາບ ທີວີລາວ, ທ່ານ ພອນສິນ ບຸດກາດກ້າ ຕາງໜ້າກໍາມະການຕັດສິນ ແລະນາງສາວ ສຸພາພອນ ສົມວິຈິດ (ນຸ້ຍ) MISS UNIVERSE LAO 2017.
ການຈັດງານ MISS UNIVERSE LAO 2018 ຈຸດປະສົງຫຼັກແມ່ນເພື່ອສ້າງພາບພົດ, ສ້າງຊື່ສຽງໃຫ້ກັບປະເທດລາວເຮົາ ໃຫ້ເປັນທີ່ຮູ້ຈັກທົ່ວໂລກ ແລະເປັນການເປີດໂອກາດໃຫ້ແມ່ຍິງລາວ ໄດ້ສະແດງສັກກະຍະພາບຂອງຕົນ ໃນການເປັນຕົວແທນຖ່າຍທອດເອກະລັກ ວັດທະນະທໍາຄວາມເປັນລາວອອກສູ່ສາກົນ.
ສໍາຫຼັບປີນີ້ ເປັນປີພິເສດ ເນື່ອງຈາກເປັນປີທ່ອງທ່ຽວລາວ ແລະເພື່ອໃຫ້ຊາວຕ່າງຊາດຫັນມາສົນໃຈປະເທດເຮົາຫຼາຍຂຶ້ນ ພວກເຮົາຈຶ່ງໄດ້ນໍາເອົາເອກະລັກຄວາມເປັນລາວມາໃສ່ໄວ້ໃນມຸງກຸດ ພ້ອມທັງໃສ່ຊື່ມຸງກຸດວ່າ: “ມະນີຈໍາປາ ມະນີແຫ່ງລ້ານຊ້າງ” ເຊິ່ງໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ພັດທະນາເສດຖະກິດລາວລ້ານຊ້າງ ຈໍາກັດ ເພິ່ນໄດ້ເນັ້ນການອອກແບບມຸງກຸດໃຫ້ມີຄວາມໂດດເດັ່ນ, ຄາສສິກ, ມີສະເໜ່ຄວາມເປັນລາວ ແລະສັນຍາລັກມະນີຈໍາປາ ເຊິ່ງເປັນສັນຍາລັກທີ່ຕື່ມເຕັມຄວາມງາມໃຫ້ແກ່ແມ່ຍິງລາວ ໃຫ້ມີຄວາມງາມທີ່ໂດດເດັ່ນ ແລະມີເອກະລັກຄວາມເປັນລາວຫຼາຍຂຶ້ນ.
ສ່ວນການເປີດຮັບສະໝັກໃນຮອບຄັດເລືອກ ຄາດວ່າຈະສໍາເລັດໃນເດືອນ ກໍລະກົດ 2018 ນີ້ ໂດຍໄດ້ແບ່ງອອກເປັນ 3 ພາກ ຄື: 
- ພາກເໜືອ: ຢູ່ແຂວງ ຫຼວງພະບາງ ທີ່ໂຮງແຮມ ພລູແມນ ໃນວັນທີ 7 ກໍລະກົດ 2018 ເລີ່ມຕັ້ງແຕ່ເວລາ 09:00-15:00 ໂມງ ແລະຈະປະກາດຜົນຜູ້ເຂົ້າຮອບໃນວັນດັ່ງກ່າວ ຫຼັງຈາກການປະກວດ 1 ຊົ່ວໂມງ. 
- ພາກໃຕ້: ຢູ່ທີ່ແຂວງ ຈໍາປາສັກ ນະຄອນປາກເຊ ທີ່ໂຮງແຮມ ຈໍາປາສັກແກຣນ ໃນວັນທີ 14 ກໍລະກົດ 2018 ເລີ່ມຕັ້ງແຕ່ເວລາ 09:00-15:00 ໂມງ ແລະຈະປະກາດຜົນຜູ້ເຂົ້າຮອບໃນວັນດັ່ງກ່າວ ຫຼັງຈາກການປະກວດ 1 ຊົ່ວໂມງ. 
- ພາກກາງ: ຢູ່ນະຄອນຫຼວງວຽງຈັນ ທີ່ໂຮງແຮມ ແລນມາກ ແມ່ຂອງຣີເວີໄຊ ໃນວັນທີ 21 ກໍລະກົດ 2018 ເລີ່ມຕັ້ງແຕ່ເວລາ 09:00-15:00 ໂມງ ແລະຈະປະກາດຜົນຜູ້ເຂົ້າຮອບໃນວັນດັ່ງກ່າວ ຫຼັງຈາກການປະກວດ 2 ຊົ່ວໂມງ.



ທີ່ມາ:
  • ຮູບພາບ