-
ລູກນ້ອຍນັ່ງທ່າດັບເບິນຢູ (w) ຢ່າຄິດວ່າບໍ່ອັນຕະລາຍ
ໂດຍ:
11 ກັນຍາ 2018 (15.05 ນ.)
Read : 1,185
ພໍ່ແມ່ທຸກຄົນລ້ວນແລ້ວແຕ່ຢາກໃຫ້ລູກມີພັດທະນາການທາງດ້ານຮ່າງກາຍ, ຈິດໃຈທີ່ດີ, ສົດຊື່ນ ແລະແຈ່ມໃສ, ເຊິ່ງການນັ່ງກໍ່ເປັນພັດທະນາການເລີ່ມຕົ້ນກ່ອນຂັ້ນອື່ນໆ ແຕ່ຖ້າຫາກລູກຂອງທ່ານມີການນັ່ງໃນທ່າ W (W-Sitting) ຖືໄດ້ວ່າເປັນເລື່ອງທີ່ອັນຕະລາຍກັບກ້າມຊີ້ນທີ່ດີຂອງລູກໃນອະນາຄົດ ດັ່ງນັ້ນ, ຜູ້ເປັນພໍ່ແມ່ຄວນເຝິກໃຫ້ລູກນັ່ງໃນທ່າປົກກະຕິຈະດີທີ່ສຸດ.
ເດັກນ້ອຍທີ່ນັ່ງທ່າ W ຈະບໍ່ໄດ້ໃຊ້ກ້າມຊີ້ນດ້ານຫຼັງ ແຕ່ຈະໃຊ້ກ້າມຊີ້ນສະໂພກ ເຊິ່ງຈະເຮັດໃຫ້ເດັກບໍ່ມີພັດທະນາການໃນການຮັກສາສົມດູນຂອງຮ່າງການ, ກ້າມຊີ້ນບໍ່ແຂງແຮງ, ລົ້ມງ່າຍ ມີບັນຫາເລື່ອງການຊົງໂຕເວລາຢືນ ແລະຍ່າງ.
ເຮັດໃຫ້ລູກນ້ອຍມີບັນຫາກ່ຽວກັບກ້າມຊີ້ນ, ກະດູກຫົວເຂົ່າ ແລະຂໍ້ຕີນ, ເວລາຍ່າງຈະເຮັດໃຫ້ເຂົ່າຕຳກັນ ຫຼືຍ່າງທ່າເປັດ.
ເຮັດໃຫ້ລູກນ້ອຍບໍ່ສາມາດຫຼິ້ນອ້ອມຮອບໂຕເອງໄດ້ ເພາະກ້າມຊີ້ນບໍ່ສາມາດບິດໄປທາງຂ້າງໄດ້ ສົ່ງຜົນໃຫ້ມີບັນຫາໃນການອອກກຳລັງກາຍໃນອະນາຄົດ.
ທີ່ມາ: