ເຮົາຄົງຈະເຄິີຍໄດ້ຍິນວ່າຢາຖູແຂ້ວສາມາດໃຊ້ແຕ້ມສິວ ແລະນຳມາຂັດຮອຍຂູດຂີດເທິງໜ້າໂມງ ແຕ່ຄວາມຈິງແລ້ວຢາຖູແຂ້ວມີຄຸນສົມບັດພິເສດຫຼາຍກວ່ານັ້ນອີກ. ລອງມາເບິ່ງນຳກັນວ່າສາລະພັດປະໂຫຍດຈາກຢາຖູແຂ້ວມີຫຍັງແດ່ :
1. ຂັດຮ່ອງພື້ນກະໂລ່
ກໍລະນີມີຄາບໄຄເກາະຮ່ອງພື້ນກະໂລ່ ທີ່ຂັດແນວໃດກໍຂັດບໍ່ອອກ ລອງເອົາຢາຖູແຂ້ວໄປປ້າຍຖິ້ມໄວ້ໄລຍະໜຶ່ງ ແລ້ວໃຊ້ແປງຂະໜາດນ້ອຍຂັດອອກພຽງເທົ່ານີ້ຮ່ອງພື້ນກະໂລ່ກໍຈະຂາວສະອາດຂຶ້ນ.
2. ທຳຄວາມສະອາດເຕົາລີດ
ຕັ້ງອຸນຫະພູມເຕົາລີດສູງເກີນໄປແລ້ວບັງເອີນໄປລີດຖືກກາເສື້ອທີ່ເປັນພາສຕິກຈົນຢາງເປື່ອຍຕິດເຕົາລີດມານຳ ວິທີງ່າຍໆຄືນຳຢາຖູແຂ້ວໄປຖູໃສ່ໜ້າເຕົາລີດ ແລ້ວເຊັດອອກໃຫ້ໝົດ.
3. ຈັດການບັນຫາແວ່ນມົວໆ
ຫາກແວ່ນ ຫຼືແກ້ວເປັນຝ້າມົວ ເຊັດແນວໃດກໍບໍ່ໃສເງົາ ພຽງແຕ່ບີບຢາຖູແຂ້ວໃສ່ຜ້າສຳລັບເຊັດແວ່ນ ແລ້ວຖູໃຫ້ທົ່ວ ຫຼັງຈາກນັ້ນນຳຜ້າສະອາດຜືນໃໝ່ມາເຊັດແວ່ນອີກຄັ້ງ ພຽງເທົ່ານີ້ທ່ານກໍຈະຮູ້ສຶກວ່າໄດ້ແວ່ນ ຫຼືແກ້ວແຜ່ນໃໝ່ທັນທີ.
4. ມືເໝັນກິ່ນຫົວຫອມ
ຫາກໃຜຊອຍຫົວຫອມແລ້ວມີກິ່ນຕິດມື ລ້າງແນວໃດກໍບໍ່ອອກ ລອງໃຊ້ຢາຖູແຂ້ວແທນສະບູລ້າງມື ແລ້ວກິ່ນເຫຼົ່ານັ້ນຈະໝົດໄປ.
5. ລຶບກະດານໄວບອດ
ກໍລະນີທີ່ໃຊ້ມາກເກີ້ຂຽນກະດານໄວບອດຖິ້ມປະໄວ້ດົນ ຈະເຮັດໃຫ້ລຶບກະດານອອກຍາກ ຫຼືລຶບແລ້ວ ຍັງມີຄາບຂອງມາກເກີ້ຕິດຢູ່ ລອງເຊັດກະດານດ້ວຍຢາຖູແຂ້ວແລ້ວກະດານໄວບອດຈະກັບມາຂາວເງົາງາມ, ຂຽນແລ້ວອ່ານສະບາຍຕາ.