ໃນວັນທີ 01-03 ພະຈິກ 2019 ຜ່ານມາ ທາງສູນ ລາວແລນໂຣເວີ
ໄດ້ຈັດງານທົດລອງຂັບລົດແບບວິບາກ ຫຼືອ໋ອບໂຣດ (The Above & Beyond Tour) ຂຶ້ນທີ່ເດີນບຶງທາດຫຼວງ ເຂດເສດຖະກິດພິເສດ
ນະຄອນຫຼວງວຽງຈັນ.
ງານ Land Rover Above &
Beyond Tour ຖືເປັນອີກງານໜຶ່ງທີ່ມີຄວາມເປັນເອກະລັກບໍ່ຄືໃຜ,
ເປັນໂອກາດທີ່ດີທີ່ໃຫ້ລູກຄ້າໄດ້ສໍາຜັດເຖິງສະມັດຖະນະ ແລະຄວາມສາມາດຂອງລົດ SUV ອັນດັບໜຶ່ງທີ່ບໍ່ມີໃຜທຽບໄດ້ ເຊິ່ງຈະມີຊ່ຽວຊານຕ່າງປະເທດທີ່ມີປະສົບການດ້ານການຂັບຂີ່ທາງວິບາກແບບອ໋ອບໂຣດໃຫ້ຄໍາແນະນໍາການຮັບມືໃນທຸກສະພາບພື້ນທີ່
ທີ່ຍາກລໍາບາກທີ່ສຸດ ບໍ່ວ່າຈະເປັນບ່ອນທາງສູງຊັນ, ລົງຄ້ອຍ, ເປັນຂຸມ... ຈົນເຖິງເສັ້ນທາງທີ່ມີຄວາມທ້າທາຍທີ່ສຸດເຮັດໃຫ້ເຮົາມີຄວາມໝັ້ນໃຈ.
ໃນປີນີ້
ຮູບແບບຂອງການຈັດງານຂອງເຮົາແມ່ນອ໋ອບໂຣດ ຫຼືແບບວິບາກຂ້າມສິ່ງກີດຂວາງ
ແລະລາດຊັນທີ່ເປັນຄ້ອຍ ແລະໜອງນໍ້າ ເພື່ອສະແດງໃຫ້ເຫັນເຖິງສະມັດຖະນະຂອງລົດ SUV ຂອງແລນໂຣເວີ
ທີ່ນອກຈະຈະໃຫ້ຄວາມຮູ້ສຶກຫຼູຫຼາໃນເວລາຂັບຂີ່ແລ້ວ ຍັງສາມາດບຸດລຸຍໃຫ້ຄວາມຕື່ນເຕັ້ນ
ແລະທ້າທາຍອີກດ້ວຍ ເຊິ່ງລົດທີ່ນໍາໃຊ້ໃນກິດຈະກໍາດັ່ງກ່າວມີ 03 ຮຸ່ນດ້ວຍກັນ ເຊັ່ນ: Land
Rover Discoery Sport ທີ່ມີຂະໜາດກະທັດຮັດຄ່ອງຕົວ, All New
Discovery ມີຂະໜາດໃຫຍ່ຂຶ້ນມາ ໃຫ້ມີທ້າທາຍ ແລະສະດວກສະບາຍ ແລະ Range
Rover Sport ແມ່ນຂະໜາດໃຫຍ່ຂຶ້ນມາອີກລະດັບໜຶ່ງທີ່ໃຫ້ທັງຄວາມຫຼູຫຼາສະໄຕລ໌ສະປອດ
ພ້ອມຄວາມສະດວກສະບາຍ ແລະຄວາມປອດໄພ ແລະພ້ອມລຸຍກັບທຸກສະຖານະການ.
ນອກຈາກກິດຈະກໍາການທົດລອງຂັບແລ້ວ
ທາງສູນລາວແລນໂຣເວີ ຍັງມີເກມການແຂ່ງຂັນເກັບຄະແນນສໍາລັບຜູ້ທີ່ມາຮ່ວມທົດລອງຂັບອີກດ້ວຍ
ເຊິ່ງຜູ້ຊະນະເລີດຈະໄດ້ມີໂອກາດໄປສໍາຜັດປະສົບການທີ່ໜ້າຕື່ນເຕັ້ນ ແລະທ້າທາຍ
ມີການຂັບລົດແລນໂຣເວີກັບທີມງານຜູ້ຊ່ຽວຊານ ແລະຜູ້ຊະນະຈາກປະເທດອື່ນໆໃນທົ່ວໂລກ ໃນເດືອນ
ກຸມພາ 2020 ທີ່ປະເທດ ນາມິເບຍ ທະວີບອາຟຣິກາໃຕ້.