ເຈົ້າໜ້າທີ່ພາສີ ດ່ານພາສີສາກົນ ຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ-ໜອງຄາຍ) ໄດ້ຕັ້ງໜ້າຈັດຕັ້ງປະຕິບັດວຽກງານຕ້ານ
ແລະສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆພາຍໃນດ່ານຢ່າງຕໍ່ເນື່ອງ. ຫຼ້າສຸດໃນວັນທີ 31 ຕຸລາ 2018 ເຈົ້າໜ້າທີ່ພາສີ ສາມາດຢຶດເງິນທີ່ກຽມນຳເງິນຕາອອກນອກປະເທດໄດ້
ຕື່ມອີກຫຼາຍສະກຸນ ມູນຄ່າ 1 ຕື້ກວ່າກີບ.
ອີງຕາມການລາຍຂອງ ທ່ານ ບຸນແອງ ພັນທະວົງ
ຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 1 ໃຫ້ຮູ້ວ່າ: ວັນທີ 31 ຕຸລາ 2018 ເວລາ 10:25 ໂມງ ເຈົ້າ
ໜ້າທີ່ພາສີໄດ້ຮັບແຫຼ່ງຂ່າວວ່າຈະມີການລັກລອບລໍາລຽງເງິນຕາອອກນອກປະເທດ ພ້ອມກັນນັ້ນ, ທີມງານກວດກາພາຫະນະ-ຜູ້ໂດຍສານ
ແລະໜ່ວຍງານທີ່ກ່ຽວຂ້ອງ ໄດ້ກຽມພ້ອມກວດກາ ພໍມາຮອດເວລາ 11:37 ໂມງ ໄດ້ພົບເຫັນລົດເປົ້າໝາຍ
ຈຶ່ງຂໍອະນຸຍາດກວດກາລະອຽດພົບເຫັນເງິນໂດລາສະຫະລັດ 170.000 ໂດລາ, ເງິນໂດລາອົດສະຕຣາລີ 7.470 ໂດລາ ແລະເງິນເອີໂຣ 3.145 ເອີໂຣ ເຊື່ອງໃນກະເປົ໋າເປ້ໃນລົດກະບະ ໝາຍເລກທະບຽນ ຂກ 6633 ກໍາແພງນະຄອນ ກຽມນຳເງິນຕາອອກນອກປະເທດ
ຕີເປັນມູນຄ່າເງິນກີບຫຼາຍກວ່າ 1,5 ຕື້ກີບ.
ປັດຈຸບັນເງິນຈໍານວນດັ່ງກ່າວ ແລະພາຫະນະເຈົ້າໜ້າທີ່ພາສີ
ໄດ້ຢຶດໄວ້ເປັນຂອງກາງເພື່ອດຳເນີນ ການຕາມລະບຽບພາສີ ແລະລະບຽບການຕ່າງໆ. ສ່ວນຜູ້ຕ້ອງຫາຈໍານວນ
3 ຄົນ (ຊາຍ 1 ຄົນ ແລະ ຍິງ 2 ຄົນ) ໄດ້ມອບໃຫ້ເຈົ້າໜ້າທີ່ ຕມ ປະຈຳດ່ານສືບສວນ-ສອບສວນຕາມວິຊາສະເພາະ ແລະດໍາເນີນຄະດີຕາມລະບຽບການ
ແລະກົດໝາຍຂັ້ນຕໍ່ໄປ.
ຂໍ້ມູນ: ວຽງຈັນໃໝ່.